About the Journal

ວາລະສານວິທະຍາສາດກະສິກຳ, ເຕັກໂນໂລຊີ ແລະ ການພັດທະນາ (Journal of Agricultural Science, Technology and Development) ເປັນວາລະສານດ້ານວິຊາການຂອງຄະນະກະເສດສາດ (ວິທະຍາເຂດນາບົງ), ມະຫາວິທະຍາໄລແຫ່ງຊາດລາວ ໂດຍມີການຕີພິມ 2 ສະບັບຕໍ່ປີ ຄື ສະບັບເດືອນມັງກອນ-ມີຖຸນາ ແລະ ສະບັບເດືອນ ກໍລະກົດ-ທັນວາ ໂດຍລວມມີບົດຄົ້ນຄວ້າ-ທົດລອງ ແລະ ບົດຄວາມທາງວິຊາການ ທີ່ຜ່ານການກວດແກ້ຈາກ ຄະນະກຳມະການດ້ານວິຊາການ ຊຶ່ງທາງຄະນະກຳມະການວາລະສານ ເປັນຜູ້ຈັດພິມຂຶ້ນ ຈຸດປະສົງ ເພື່ອເຜີຍແຜ່ ແລະ ແລກປ່ຽນຜົນງານດ້ານວິຊາການຂອງອາຈານ, ນັກສຶກສາ, ນັກວິຊາການ ດ້ານວິທະຍາສາດກະສິກຳ, ເຕັກໂນໂລຊີ ແລະ ການພັດທະນາ.

Current Issue

Vol. 10 No. 1 (2025): ວາລະສານວິທະຍາສາດກະສິກຳ, ເຕັກໂນໂລຊີ ແລະ ການພັດທະນາ
					View Vol. 10 No. 1 (2025): ວາລະສານວິທະຍາສາດກະສິກຳ, ເຕັກໂນໂລຊີ ແລະ ການພັດທະນາ

ທ່ານຜູ້ອ່ານທີ່ເຄົາລົບ ແລະ ນັບຖືເປັນຢ່າງສູງ,

ຄະນະບັນນາທິການ ວາລະສານ ວິທະຍາສາດກະສິກໍາ, ເຕັກໂນໂລຊີແລະການພັດທະນາ (Journal of Agricultural Science, Technology and Development, JASTD) ມີຄວາມຍິນດີທີ່ໄດ້ນໍາ  ສະເໜີ ຜົນງານການຄົ້ນຄວ້າວິທະຍາສາດ ຢູ່ໃນສະບັບທີ 10 ເຫຼັ້ມທີ 1 ໄລຍະເດືອນ ມັງກອນ ເຖິງ ເດືອນມີຖຸນາ ປີ 2025 ຈໍານວນທັງໝົດ 8 ຫົວເລື່ອງ. ຜົນການຄົ້ນຄວ້າວິທະຍາສາດ ທີ່ໄດ້ຮັບອານຸຍາດ ໃຫ້ພິມເຜີຍແຜ່ໃນວາລະສານ ສະບັບນີ້ ແມ່ນຫົວເລື່ອງທີ່ກ່ຽວກັບ ຜົນຂອງການນຳໃຊ້ແຫຼ່ງທາດຊີ້ນຈາກກາກເຫຼົ້າໃນລະດັບທີ່ແຕກຕ່າງກັນ ຕໍ່ການຈະເລີນເຕີບໂຕຂອງເປັດເທບ, ເຊື້ອຈຸລະຊີບອີໂຄລາຍທີ່ສ້າງເອັນໄຊອີເອສບີແອວໃນການຕ້ານຕໍ່ຢາຕ້ານເຊື້ອໃນໄກ່ຢູ ແຂວງຫຼວງພະບາງ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ, ຜົນຂອງການນຳໃຊ້ຫົວມັນຕົ້ນໝັກຢີສ໌ ເປັນແຫຼ່ງທາດຊີ້ນໃນສູດອາຫານ ຕໍ່ການກິນໄດ້ ແລະ ການຈະເລີນເຕີບໂຕຂອງໝູພື້ນເມືອງ, ປະສິດທິພາບວັກຊີນນິວຄາເຊີນອາຍຸອ່ອນທີ່ປູກເຊື້ອໃສ່ໄຂ່ໄກ່ຕ່າງສາຍພັນ, ຜົນຂອງການນຳໃຊ້ຢີສ໌ຈາກແຫຼ່ງທີ່ແຕກຕ່າງກັນ ໝັກກັບຫົວມັນຕົ້ນຕໍ່ປະລິມານການກິນໄດ້ ແລະ ການຍ່ອຍທາດອາຫານຂອງໝູພື້ນເມືອງ, ຜົນຂອງການໃຫ້ຜັກບົ້ງ, ຜັກຕົບ ແລະ ລຳກ້ວຍ ຕໍ່ປະສິດທິພາບການຈະເລີນເຕີບໂຕຂອງເປັດເທດໂດຍໃຫ້ຮຳ ແລະ ຊ່າເຫຼົ້າເປັນອາຫານຫຼັກ, ລະບົບການລ້ຽງໄກ່ລາດ ແລະ ຄວາມເປັນໄປໄດ້ໃນການຕອບສະໜອງຕະຫຼາດປີ້ງໄກ່ເຊໂນ, ຜົນຂອງການໃຫ້ກ້ອນແຮ່ທາດອາຫານເສີມຕໍ່ປະລິມານໄຂ່ແມ່ກາຝາກພາຍໃນ ແລະ ການປ່ຽນແປງນ້ຳໜັກໂຕຂອງແບ້ໃນພື້ນທີ່ຂອງຊາວກະສິກອນ ເຫຼົ່ານີ້ເປັນຕົ້ນ.

ຄະນະບັນນາທິການ ຫວັງຢ່າງຍິ່ງວ່າ ວາລະສານສະບັບນີ້ ຈະເປັນປະໂຫຍດສໍາລັບນັກຄົ້ນຄວ້າ, ນັກພັດທະນາ, ຜູ້ຕັດສິນໃຈທາງດ້ານນະໂຍບາຍ ຕະຫຼອດຮອດຜູ້ທີ່ສົນໃຈທົ່ວໄປ. ພວກເຮົາຈະສືບຕໍ່ຄັດ​ເລືອກເອົາຜົນງານການຄົ້ນຄວ້າທີ່ໜ້າສົນໃຈ ແລະ ມີປະໂຫຍດສໍາລັບການພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ມານໍາສະເໜີໃຫ້ທ່ານໃນຄັ້ງຕໍ່ໆ ໄປ.

ຂໍຂອບໃຈເປັນຢ່າງສູງມາຍັງ ຄະນະຮັບຜິດຊອບກະກຽມຜະລິດວາລະສານ ແລະ ຄະນະຜູ້ກວດອ່ານທຸກໆທ່ານ ທີ່ເຮັດໃຫ້ສາມາດພິມເຜີຍແຜ່ອອກສູ່ສັງຄົມໄດ້.

ດ້ວຍຄວາມນັບຖືແລະຮັກແພງ​ເປັນ​ຢ່າງ​ສູງ,

ຄະນະບັນນາທິການ

Published: 2025-09-29

Articles

View All Issues